ລັດອິສລາມໄດ້ປະກາດຕົນເອງ ເອົາເມືອງເອກເກືອບທັງໝົດຄືນໃໝ່ຢູ່ ອີຣັກ ແລະຊີເຣຍ ບັນດາເຈົ້າໜ້າທີ່ ສະຫະລັດ ມີຄວາມເປັນຫ່ວງກ່ຽວກັບວ່າ ຕໍ່ໄປ ພວກເຂົາ ອາດຈະເອົາອາຟຣິກາເປັນເປົ້າໝາຍ
ທ່ານ ທຣຳ ມີຄວາມຮູ້ສຶກວ່າ ຈະໄດ້ຮັບໄຊຊະນະ ໃນການປັບປຸງພາສີ ສະຫະລັດ
ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ໄດ້ລົງຄະແນນສຽງ ເພື່ອຕັດພາສີສຳລັບບໍລິສັດໃຫຍ່ໆລົງ ຢ່າງຖາວອນ
ພວກຫົວຮຸນແຮງ ໂຈມຕີ ສະຖານທີ່ ຂອງອົງການສືບລັບ ອັຟການິສຖານ
ເຖິງປັດຈຸບັນນີ້, ຍັງບໍ່ມີກຸ່ມກະບົດ ຕາລີບານ ຫຼື ກຸ່ມຫົວຮຸນແຮງໃດໆ ອ້າງເອົາຄວາມຮັບຜິດຊອບ ສຳລັບ ການໂຈມຕີນັ້ນ
ໄຟຟ້າສະໜາມບິນ ແອັດແລນຕ້າ ກັບຄືນສູ່ສະພາບປົກກະຕິ
ສາຍການບິນ ແດລຕ້າ ມີສຳນັກງານໃຫຍ່ຂອງຕົນ ຢູ່ໃນເມືອງ ແອັດແລນຕ້າ ແລະ ໄດ້ຍົກເລີກ ປະມານ 900 ຖ້ຽວບິນ ໃນວັນອາທິດວານນີ້
ທ່ານ ທຣຳ ກ່າວວ່າ ຈະບໍ່ປົດ ໄອຍະການພິເສດອອກ ຖານເກັບກຳອີເມລ ລັດຖະບານໃໝ່
ທະນາຍຄວາມທ່ານນີ້ກ່າວວ່າ ໄອຍະການພິເສດໄດ້ເກັບກຳອິີເມລຫຼາຍສິບພັນສະບັບ ຈາກກຸ່ມ ສັບປ່ຽນ ປະທານາທິບໍດີໃໝ່ຂອງທ່ານ ທຣຳ ຢ່າງຜິດກົດໝາຍ.
ອະດີດ ປະທານາທິບໍດີ ມະຫາເສດຖີ ຂອງ ຊີເລ ຖືກເລືອກຂຶ້ນມາ ດຳລົງຕຳແໜ່ງ ອີກຄັ້ງນຶ່ງ
ທ່ານປີແນຣາ ຜູ້ທີ່ໄດ້ເປັນປະທານາທິບໍດີ ຈາກປີ 2010 ຫາ 2014 ໄດ້ຮັບຄະແນນສຽງ 55 ເປີເຊັນ.





No comments:
Post a Comment